ໃຫ້ AI ອ່ານພາສາລາວ
ເປັນສຽງ
ພິມຂໍ້ຄວາມລາວ ແລ້ວຟັງສຽງຜູ້ຍິງ ຫຼື ຜູ້ຊາຍ ໄດ້ທັນທີ. ບໍ່ຕ້ອງລົງທະບຽນ, ລອງຟຣີ 3 ຄັ້ງຕໍ່ມື້.
🔑 ມີລະຫັດເຄຣດິດ? ກົດບ່ອນນີ້
ເຮັດຫຍັງໄດ້ແດ່
ສຽງຜູ້ຍິງ ແລະ ຜູ້ຊາຍ ອອກສຽງລາວຈາກຂໍ້ຄວາມທີ່ພິມ.
ເຮັດສຽງໃສ່ວິດີໂອ TikTok ແລະ ໂຄສະນາຂອງຮ້ານ.
ສຽງປະກາດສຳລັບຮ້ານຄ້າ ແລະ ຕະຫຼາດ.
ຖ່າຍຮູບ ຫຼື ອັບໂຫຼດຮູບປຶ້ມ ເອກະສານ ປ້າຍ. ຂໍ້ຄວາມລາວຂຶ້ນມາໃຫ້ ກອບ ແລະ ແກ້ໄຂໄດ້ ແລ້ວກົດຟັງສຽງ.
ລາຄາ
1 ຄັ້ງ (1 ເຄຣດິດ) = ຂໍ້ຄວາມສູງສຸດ 300 ຕົວອັກສອນ, ຂໍ້ຄວາມຍາວກວ່ານັ້ນຈະແບ່ງເປັນຫຼາຍຄັ້ງ (ສູງສຸດ 3,000 ຕົວ). ຈ່າຍແລ້ວ ໃຫ້ເປີດໜ້ານີ້ໄວ້ ເມື່ອເຮົາກວດເງິນ ແລະ ອະນຸມັດ ເຄຣດິດຈະເຂົ້າໃຫ້ອັດຕະໂນມັດ ບໍ່ຕ້ອງກອບ ຫຼື ໃສ່ລະຫັດເອງ.
1) ສົ່ງສະລິບທາງ WhatsApp (ປຸ່ມຈະເປີດໃຫ້ຫຼັງກົດ "ຊຳລະເງິນ")
2) ເປີດໜ້ານີ້ປະໄວ້ ລໍຖ້າ ເຮົາກວດເງິນ
3) ເມື່ອເຮົາກວດ ແລະ ອະນຸມັດແລ້ວ ໜ້າຈະຂຶ້ນ ✅ ອະນຸມັດແລ້ວ ແລະ ເຕີມເຄຣດິດໃຫ້ອັດຕະໂນມັດ ບໍ່ຕ້ອງກອບ ຫຼື ວາງລະຫັດເອງ ເຄຣດິດຫັກຄັ້ງລະ 1 ເມື່ອສ້າງສຽງ
ຖ້າປິດໜ້າໄປ ເມື່ອເປີດເວັບນີ້ໃໝ່ ຈະແຈ້ງ ✅ ອະນຸມັດແລ້ວ ໃຫ້ກ່ອນເລີຍ
ເວັບນີ້ເຮັດມາເພື່ອຫຍັງ? 🎙️
ສຽງລາວ AI ແມ່ນ "ລຳໂພງວິເສດ" ທີ່ອ່ານພາສາລາວເກັ່ງ 😄 ເຮົາສ້າງມາເພື່ອໃຫ້ຄົນຂາຍເຄື່ອງ, ຄົນເຮັດວິດີໂອ, ຄູ-ນັກຮຽນ ແລະ ຄົນທີ່ອ່ານໜັງສືຍາກ ມີສຽງລາວຊັດໆ ໃຊ້ງ່າຍໆ ບໍ່ຕ້ອງເສຍເວລາ ຫຼື ເສຍເງິນຈ້າງຄົນອັດສຽງ.
ປະກາດຮ້ານ ແລະ ຕະຫຼາດ · ສຽງໂຄສະນາ · ວິດີໂອ TikTok / YouTube · ອ່ານເອກະສານ ຫຼື ປຶ້ມໃຫ້ຟັງ (ຊ່ວຍຄົນສາຍຕາບໍ່ດີ) · ຝຶກຟັງພາສາລາວ.
ເປັນເຄື່ອງມືສຽງ AI ທີ່ຖືກຕ້ອງຕາມກົດໝາຍ. ກະລຸນາຢ່າໃຊ້ຫຼອກລວງ, ປອມແປງສຽງຄົນອື່ນ, ເຜີຍແຜ່ຂໍ້ມູນເທັດ ຫຼື ເນື້ອຫາຜິດກົດໝາຍ.
ເຮົາບໍ່ເກັບຂໍ້ຄວາມທີ່ທ່ານພິມ ຂໍ້ຄວາມຖືກສົ່ງໄປສ້າງສຽງເທົ່ານັ້ນ. ສຽງທີ່ໄດ້ເປັນສຽງສັງເຄາະດ້ວຍ AI.
ໂອນຜ່ານ LaoQR ເຂົ້າບັນຊີໂດຍກົງ ທຸກອໍເດີມີລະຫັດອ້າງອີງ ແລະ ໄດ້ລະຫັດເຄຣດິດຢືນຢັນ. ມີຄຳຖາມ ທັກ WhatsApp ໄດ້ເລີຍ.